ສິລະປະປະຍຸກ (ຄຳເຄົ້າ: ສິລປປຍຸກຕ໌, ອັງກິດ: applied arts, ຝຣັ່ງ: arts appliqués) ໝາຍເຖິງສິລະປະທີ່ສາມາດເຂົ້າໄປໝູນໃຊ້ໄດ້ ເປັນສິລະປະທີ່ອຳນວຍປະໂຫຍດທາງກາຍ ແລະ ຈິດໃຈມຸ່ງເນັ້ນການໃຊ້ສອຍຫຼາຍກວ່າຈິດໃຈ ຫຼື ເປັນສິ່ງທີ່ມະນຸດສ້າງຂື້ນເພື່ອຕອບສະໜອງທາງກາຍ ເຊັ່ນ ສະຖາປັດຕະຍະກຳ ພູມິສະຖາປັຕະຍະກຳ ມັນທະນະສິນ ລວມທັງເຄື່ອງປັນດິນເຜົາທີ່ໃຊ້ເປັນພາຊະນະ.
ສິລະປະປະຍຸກ ສາມາດແບ່ງອອກເປັນ 5 ສາຂາ ໄດ້ແກ່ ພານິດສິນ (Commercial Art) ມັນທະນະສິນ (Decorative Art) ອຸດສາຫະກຳສິນ (Industrial Art) ການອອກແບບ (Design) ສິນລະປະຫັດຖະກຳ.