ກາຊາບັງກາ (ແອັດສະປາຍ: Casablanca; ˈka.sa.ˈblaŋ.ka) ຫຼື ອັດດາລັນໄບດໍ (ອາຣັບ: الدار البيضاء, ad-Dār al-Bayḍāʼ) ແມ່ນເມືອງທາງທິດຕາເວັນຕົກຂອງປະເທດມາລົກແລະແມ່ນນະຄອນຫຼວງຂອງແຄວ້ນກະລັງກາຊາບັງກາ ຕັ້ງຢູ່ແຄມຝັ່ງມະຫາສະໝຸດອັດລັງຕິກ ຫ່າງຈາກເມືອງລາບັດນະຄອນຫຼວງຂອງປະເທດໄປທາງທິດໃຕ້ປະມານ 80 ກິໂລແມັດ. ກາຊາບັງກາແມ່ນເມືອງທ່າຫຼັກແລະເມືອງທີ່ໃຫຍ່ທີ່ສຸດຂອງມາລົກ ແລະຍັງເປັນເມືອງທີ່ໃຫຍ່ທີ່ສຸດໃນພູມິພາກມາກະເລັບ (ອາຟະລິກຕາເວັນຕົກສຽງເໜືອ) ອີກນຳ. ຈາກການສຳຫຼວດສຳມະໂນຄົວໃນປີ ຄ.ສ. 2004 ພົບວ່າມີປະຊາກອນປະມານ 2,946,440 ຄົນອາໄສຢູ່ໃນເມືອງນີ້. ກາຊາບັງກາຖືເປັນສູນກາງທາງເສດຖະກິດແລະທຸລະກິດຂອງປະເທດ. ນອກຈາກນີ້ຍັງເປັນບ່ອນຕັ້ງຖານທັບຫຼັກຂອງກອງທັບເຮືອມາລົກອີກນຳ.